LAPNet ຈັດກອງປະຊຸມສະພາບໍລິຫານ ສະໄໝສາມັນ ແລະ ກອງປະຊຸມຜູ້ຖືຮຸ້ນ ສະໄໝສາມັນ ຄັ້ງທີ I ປະຈໍາປີ 2021

ໂພສເມື່ອ 3 years ago


ໃນຕອນເຊົ້າຂອງວັນສຸກ ວັນທີ 12  ມີນາ 2021, ເວລາ 9:00 ໂມງ, LAPNet ໄດ້ມີການຈັດກອງປະຊຸມສະພາບໍລິຫານ ສະໄໝສາມັນ ແລະ ກອງປະຊຸມຜູ້ຖືຮຸ້ນ ສະໄໝສາມັນ ຄັ້ງທີ I ປະຈໍາປີ 2021 ໂດຍການເປັນປະທານຂອງ ທ່ານ ລັດສະໝີ ສຸວັນທອງ ຮອງຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານ ທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານຂອງບໍລິສັດ ທັງເປັນຕາງໜ້າຜູ້ຖືຮຸ້ນອັນດັບໜຶ່ງຂອງ LAPNet ພ້ອມດ້ວຍ ທ່ານ ຮອງປະທານສະພາບໍລິຫານ, ບັນດາທ່ານ ສະມາຊິກສະພາບໍລິຫານ ແລະ ບັນດາຕາງໜ້າຂອງແຕ່ລະຜູ້ຖືຮຸ້ນ ກໍ່ໄດ້ເຂົ້າຮ່ວມ.

ເນື້ອໃນຫຼັກຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານກ່ຽວກັບການເຄື່ອນໄຫວທຸລະກິດ ປະຈຳປີ  2020  ແລະ ແຜນດຳເນີນງານປະຈຳປີ 2021. ພ້ອມນັ້ນ ຍັງໄດ້ນຳສະເໜີແຜນຍຸດທະສາດໃນການດຳເນີນທຸລະກິດ ແຕ່ປີ 2021 – 2025 ໂດຍຍົກໃຫ້ເຫັນຜົນສຳເລັດຂອງວຽກງານໃນໄລຍະຜ່ານມາ ແລະ ແຜນທີ່ຈະດຳເນີນໃນຕໍ່ໜ້າ.

ຍ້ອນການໃຫ້ຄວາມຮ່ວມມືຂອງບັນດາສະມາຊິກສະພາບໍລິຫານ ທີ່ສະແດງອອກຜ່ານການປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຮ່ວມກັນ ຕໍ່ຫຼາຍບັນຫາ ຢ່າງກົງໄປກົງມາ ເຮັດໃຫ້ເນື້ອໃນຂອງກອງປະຊຸມມີຄວາມສົມບູນຄົບຖ້ວນ ແລະ ສາມາດນຳໄປເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ເກີດໝາກຜົນດີທີ່ສຸດ. ດັ່ງນັ້ນ, ໃນວັນດຽວກັນ ກອງປະຊຸມສຳຄັນຂອງປີຈຶ່ງໄດ້ຮັບການສິ້ນສຸດລົງ ຢ່າງຈົບງາມ ແລະ ສຳເລັດຜົນ ຕາມຄາດໝາຍ.