ບໍລິສັດ LAPNet ໄດ້ຮັບມອບຜ້າປິດປາກ ຈາກບໍລິສັດ Viet Card International Technology Corporation

ໂພສເມື່ອ 2 years ago


ໃນຕອນເຊົ້າ ຂອງວັນທີ 30 ເມສາ 2021 ບໍລິສັດ Viet Card International Technology Corporation ໄດ້ມອບຜ້າປິດປາກ ຈຳນວນ 100 ກັບໃຫ້ແກ່ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ເພື່ອຮັບໃຊ້ເຂົ້າໃນການປ້ອງກັນພະຍາດ ໂຄວິດ-19.  ການມອບຮັບໃນຄັ້ງນີ້ ແມ່ນໃຫ້ກຽດກ່າວຮັບໂດຍ ທ່ານ ຫົງຄຳ ເພັດດາວົງ  ຜູ້ອຳນວຍການ ບໍລິສັດ LAPNet ແລະ ກ່າວມອບໂດຍທ່ານ ນາງ ສຸພາພອນ ແສງມະນີ ຕ່າງໜ້າ ຂອງບໍລິສັດ Viet Card.  ດັ່ງນັ້ນ ທາງບໍລິສັດ ຈຶ່ງໄດ້ມອບໃບຍ້ອງຍໍໃຫ້ແກ່ບໍລິສັດດັ່ງກ່າວ ເພື່ອເປັນການຢັ້ງຢຶນ ແທນຄຳຂອບໃຈຕໍ່ບໍລິສັດ ທີ່ມີນໍ້າໃຈໃນການປະກອບສ່ວນ ຊຸກຍູ້ ຊ່ວຍເຫຼືອໃນຄັ້ງນີ້.