ກອງປະຊຸມ ປຶກສາຫາລືຄວາມເປັນໄປໄດ້ ໃນການເກັບລາຍຮັບຈາກການຊໍາລະຄ່າໄຟຟ້າ ຜ່ານລະບົບສູນກາງ ການຊຳລະທຸລະກຳຍ່ອຍ (Retails Payment Operator) ຂອງ ບໍລິສັດ LAPNet

ໂພສເມື່ອ 7 months ago


ໃນຕອນເຊົ້າຂອງ ວັນທີ 15 ກັນຍາ 2023, ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ໄດ້ ປະຊຸມ ຮ່ວມກັບ ບໍລິສັດ ລັດວິສາຫະກິດ ໄຟຟ້າລາວ ໂດຍກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືຄວາມເປັນໄປໄດ້ ໃນການເກັບລາຍຮັບຈາກການຊໍາລະຄ່າໄຟຟ້າ ໃຫ້ລັດວິສາຫະກິດ ໄຟຟ້າລາວ ຜ່ານລະບົບສູນກາງ ການຊຳລະທຸລະກຳຍ່ອຍ (Retails Payment Operator) ຂອງ ບໍລິສັດ LAPNet.  ເພື່ອເປັນການຫັນເອົາການເຊື່ອມຕໍ່ທີ່ມີລັກສະນະກະແຈກກະຈາຍໃນປະຈຸບັນມາເປັນແບບລວມສູນເຂົ້າເຊື່ອມຕໍ່ເປັນຮູບແບບລະບົບປະຕູດຽວ ໂດຍຈະຊ່ວຍຫຼຸດຜ່ອນຕົ້ນທຶນລວມຂອງການເຊື່ອມຕໍ່ການຊໍາລະໃນທົ່ວລະບົບ.