ຖອນເງິນສົດຂ້າມທະນາຄານຜ່ານຕູ້ ATM



ຄຸນລັກສະນະ

ການຖອນເງິນສົດຜ່ານຕູ້ເອທີເອັມ ແມ່ນນຳໃຊ້ລະບົບແລັບໃນການເຊື່ອມໂຍງຕູ້ເອທີເອັມຂອງແຕ່ລະທະນາຄານທີ່ເປັນສະມາຊິກຂອງບໍລິສັດລາວ ເນເຊີນນໍເພເມັ້ນ ເນັດເວີກ ໃຫ້ສາມາດໃຊ້ຟັງຊັ່ນການຖອນເງິນຂ້າມທະນາຄານໄດ້.

ຜົນປະໂຫຍດທີ່ໄດ້ຮັບ

ດ້ານທະນາຄານສະມາຊິກ

ປະຢັດຄ່າໃຊ້ຈ່າຍໃນການລົງທຶນເຊັ່ນ: ຫຼດຜ່ອນຄ່າໃຊ້ຈ່າຍໃນການຂະຫຍາຍຕູ້ ATM ແລະ ຄ່າບຳລຸງຮັກສາທີ່ຕິດພັນກັບການຂະຫຍາຍຕູ້ ATM; ເພີ່ມຈຸດບໍລິການຕູ້ ATM ແກ່ລູກຄ້າຂອງທະນາຄານທີ່ເຂົ້າເປັນສະມາຊິກ ຊຶ່ງສາມາດບໍລິການລູກຄ້າໄດ້ທົ່ວປະເທດ ດ້ວຍຄ່າໃຊ້ຈ່າຍໃນການລົງທຶນຕໍ່າ.

ດ້ານລູກຄ້າຂອງທະນາຄານ

ລູກຄ້າສາມາດນໍາໃຊ້ຕູ້ ATM ຂອງທຸກທະນາຄານທີ່ເປັນສະມາຊິກ ຂອງລະບົບ LAPS ຊຶ່ງປັດຈຸບັນມີທະນາຄານສະມາຊິກທັງໝົດ 16 ທະນາຄານ ເປັນການອຳນວຍຄວາມສະດວກ ແລະ ປະຢັດເວລາ ໂດຍລູກຄ້າບໍ່ຈໍາເປັນຕ້ອງລໍຖ້າການໃຊ້ບໍລິການ ຫຼື ຊອກຫາຕູ້ເອທີເອັມຂອງທະນາຄານຜູ້ອອກບັດເທົ່ານັ້ນ.

​ເງື່ອນໄຂການໃຊ້ບໍລິການ

ລູກຄ້າທີ່ມີບັດ ATM ຂອງທະນາຄານທີ່ເປັນສະມາຊິກຂອງ LAPNet ສາມາດຖອນເງິນສົດຂ້າມທະນາຄານຜ່ານຕູ້ ATM ຂອງທະນາຄານສະມາຊິກ ໂດຍສາມາດສັງເກດໄດ້ຈາກສັນຍາລັກ LAPNet ວົງມົນສີຟ້າທີ່ຕິດຢູ່ໜ້າຕູ້ ATM. ເຊິ່ງການຖອນເງິນສົດຂ້າມຕູ້ເອທີເອັມນີ້ແມ່ນຈະຕ້ອງໄດ້ເສຍຄ່າທຳນຽມ 2,000 ກີບ ຕໍ່ ຄັ້ງ.

ຂັ້ນຕອນການຖອນເງິນສົດ

ຂັ້ນຕອນທີ 1 ຈຸດໃຫ້ບໍລິການ

ສາມາດເລືອກໃຊ້ຕູ້ເອທີເອັມໃດກໍ່ໄດ້ ພາຍໃນ 16 ທະນາຄານທີ່ເປັນສະມາຊິກຂອງບໍລິສັດ LAPNet ເຊັ່ນ:

  1. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
  2. ທະນາຄານພັດທະນາລາວ.
  3. ທະນາຄານສົ່ງເສີມກະສິກຳ ຈໍາກັດ.
  4. ທະນາຄານຮ່ວມທຸລະກິດລາວ-ຫວຽດ.
  5. ທະນາຄານມາຣູຮານເຈແປນລາວ ຈຳກັດ.
  6. ທະນາຄານຮ່ວມພັດທະນາ.
  7. ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ.
  8. ທະນາຄານແຫ່ງປະເທດຈີນ ຈຳກັດ
  9. ທະນາຄານຫວຽດຕິນລາວ ຈຳກັດ.
  10. ທະນາຄານ ເອຊີລີດາລາວ ຈຳກັດ.
  11. ທະນາຄານອິນໂດຈີນ.
  12. ທະນາຄານ ບີໄອຊີ ລາວ ຈຳກັດ.
  13. ທະນາຄານ ໄຊງ່ອນເທື່ອງຕິ່ນ ລາວ ຈຳກັດ.
  14. ທະນາຄານ ເອັສທີ ລາວ ຈຳກັດ
  15. ທະນາຄານ ພາບລິກ ເບີຣາດ ມະຫາຊົນ ສາຂານະຄອນຫຼວງວຽງຈັນ
  16. ທະນາຄານກະສິກອນໄທ ຈໍາກັດ

ຂັ້ນຕອນທີ 2 ການເຮັດທຸລະກຳ

  • ຖອນເງິນສົດ ກົດເລືອກຄຳສັ່ງຖອນເງິນສົດ ແລະ ເຮັດຕາມຂັ້ນຕອນ ຄ່າທຳນຽມ = 2,000 ກີບ/ຄັ້ງ

ທະນາຄານທີ່ເປັນສະມາຊິກຂອງການບໍລິການ ຖອນເງິນສົດຂ້າມທະນາຄານຜ່ານຕູ້ເອທີເອັມ

ໂລໂກ້ ຊື່ທະນາຄານ
ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
BCEL
https://www.bcel.com.la
ທະນາຄານ ພັດທະນາລາວ
LDB
https://www.ldblao.la
ທະນາຄານ ຮ່ວມພັດທະນາ
JDB
https://www.jdbbank.com.la
ທະນາຄານ​ສົ່ງ​ເສີມ​ກະສິກຳ ຈໍາກັດ
APB
https://www.apb.com.la
ທະນາຄານ ມາຣູຮານເຈແປນລາວ
MJBL
https://www.maruhanjapanbanklao.com
ທະນາຄານ ຮ່ວມທຸລະກິດລາວຫວຽດ
LVB
https://www.laovietbank.com.la
ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ
ICBC
https://vientiane.icbc.com.cn
ທະນາຄານ ແຫ່ງປະເທດຈີນ
BOC
https://www.boc.cn/en
ທະນາຄານ ຫວຽດຕິນ ລາວ
VTB
https://www.vietinbank.com.la
ທະນາຄານ ອິນໂດຈີນ ຈຳກັດ
Indochina
https://www.indochinabank.com
ທະນາຄານ ເອຊີລິດາ ລາວ ຈໍາກັດ
ACLEDA
https://www.acledabank.com
ທະນາຄານ ບີໄອຊີ ລາວ ຈໍາກັດ
BIC
https://www.biclaos.com
ທະນາຄານ ຊາຄອມແບັງ ລາວ
Sacom
https://www.sacombank.com.vn
ທະນາຄານ ເອັສທີ ຈໍາກັດ
STB
httpss://www.stbanklaos.la
ທະນາຄານ ພາບລິກ ເບີຣາດ ມະຫາຊົນ ສາຂານະຄອນຫຼວງວຽງຈັນ
PBB
https://www.pbebank.com
ທະນາຄານກະສິກອນໄທ ຈໍາກັດ
Kbank
https://www.kasikornbank.com.la