ຊຳລະຂ້າມແດນໃນຮູບແບບ QR Code ລະຫວ່າງປະເທດ



ລະບົບຊຳລະຂ້າມແດນ

       ບໍລິສັດ LAPNet ໄດ້ຕໍ່ຍອດການພັດທະນາລະບົບຊຳລະຂ້າມທະນາຄານເທິງມືຖື (LMPS) ເພື່ອຂະຫຍາຍຜະລິດຕະພັນ ຊຳລະຂ້າມທະນາຄານ ໃຫ້ສາມາດຮອງຮັບການຊຳລະ ຄ່າສິນຄ້າ - ບໍລິການ ລະຫວ່າງປະເທດ, ໂດຍຜູ້ໃຊ້ Mobile banking ຂອງທະນາຄານທີ່ເຂົ້າຮ່ວມໂຄງການ ໃນ ສປປ ລາວ ສາມາດເຮັດທຸລະກຳ ຊຳລະຂ້າມແດນໄປຍັງປະເທດທີ່ເຮັດການເຊື່ອມໂຍງລະບົບຊຳລະຂ້າມແດນ ລະຫວ່າງກັນ ແລະ ຮ້ານຄ້າທີ່ເປີດບັນຊີນຳທະນາຄານທີ່ເຂົ້າຮ່ວມໂຄງການໃນ ສປປ ລາວ ກໍ່ສາມາດຮັບການຊຳລະຄ່າສິນຄ້າ - ບໍລິການ ຈາກນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາ ສ ປປ ລາວ, ປັດຈຸບັນ LAPNet ໄດ້ຮ່ວມໂຄງການກັບ 4 ປະເທດຄື: ປະເທດກຳປູເຈຍ, ປະເທດໄທ, ປະເທດຈີນ ແລະ ປະເທດຫວຽດນາມ.

ປະໂຫຍດທີ່ໄດ້ຮັບ

       ການເຊື່ອມໂຍງ ລະບົບການຊຳລະຂ້າມແດນໃນຮູບແບບ QR Code ລະຫວ່າງປະເທດ ຈະອຳນວຍຄວາມສະດວກໃຫ້ກັບລູກຄ້າຂອງທະນາຄານ ໃຫ້ສາມາດເຮັດທຸລະກຳຊຳລະຂ້າມແດນ ໄດ້ຢ່າງປອດໄພ ສະດວກສະບາຍ ວ່ອງໄວ ໂດຍສາມາດນຳໃຊ້ບັນຊີເງິນກີບໃນການຊຳລະ ແລະ ຮ້ານຄ້າໃນ ສ ປປ ລາວ ກໍ່ສາມາດຮັບການສະແກນຈາກນັກທ່ອງທ່ຽວຕ່າງປະເທດໄດ້ ໂດຍຈະອຳນວຍຄວາມສະດວກໃນການຮັບຊຳລະ ບໍ່ຫຍຸ້ງຍາກໃນການນຳໃຊ້ເງິນສົດ ແລະ ເງິນທອນຈາກຮ້ານຄ້າໃນເວລາຊຳລະເງິນ.

  1. ປະເທດກຳປູເຈຍ

ໂຄງການ ຊຳລະຂ້າມແດນ ລາວ - ກຳປູເຈຍ ໄດ້ເປີດໂຕຂຶ້ນຢ່າງເປັນທາງການ ໃນວັນທີ 18 ສິງຫາ 2023 ຊຶ່ງໃນໄລຍະທຳອິດ ແມ່ນ ກຳປູເຈຍ ສະແກນ ລາວ ໂດຍມີທະນາຄານທີ່ເປັນສະມາຊິກຂອງ LAPNet ທີ່ເຂົ້າຮ່ວມໂຄງການຄື:

  • ກຳປູເຈຍ ສະແກນ ລາວ

1) ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ

2) ທະນາຄານ ພັດທະນາລາວ

3) ທະນາຄານ ສົ່ງເສີມກະສິກຳ ຈໍາກັດ

4) ທະນາຄານ ຮ່ວມພັດທະນາ

5) ທະນາຄານ ຮ່ວມທຸລະກິດລາວຫວຽດ

6) ທະນາຄານ ບີໄອຊີ ລາວ ຈໍາກັດ

7) ທະນາຄານ ເອຊີລິດາ ລາວ ຈໍາກັດ

8) ທະນາຄານ ອິນໂດຈີນ ຈຳກັດ  

9) ທະນາຄານ ລາວ-ຝຣັ່ງ ຈໍາກັດ 

10) ທະນາຄານ ຮ່ວມພັດທະນາ

11) ທະນາຄານກະສິກອນໄທ ຈໍາກັດ

  • ລາວ ສະແກນ ກຳປູເຈຍ

        ການຊຳລະ ລາວ ສະແກນ ກຳປູເຈຍ ແມ່ນຈະເລີ່ມໃຫ້ບໍລິການໃນໄຕມາດ II ປີ 2024 ນີ້.

    2. ປະເທດໄທ

        ລາວ ສະແກນ ໄທທະນາຄານທີ່ເຂົ້າຮ່ວມໂຄງການຝ່າຍລາວ

1)ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ

2) ທະນາຄານ ສົ່ງເສີມກະສິກຳ ຈໍາກັດ

3) ທະນາຄານ ຮ່ວມພັດທະນາ

4) ທະນາຄານ ຮ່ວມທຸລະກິດລາວຫວຽດ

5) ທະນາຄານ ເອັສທີ ຈຳກັດ 

6) ທະນາຄານ ເອຊີລີດາ ລາວ ຈຳກັດ

ທະນາຄານເຂົ້າຮ່ວມໂຄງການຝ່າຍໄທ ທິີ່ຮັບການສະແກນຈາກລາວ (ຂໍ້ມູນເດືອນເມສາ 2024)


1) ທະນາຄານ ກຸງເທບ

2) ທະນາຄານ ກຸງສີ ອະຍຸດທະຍາ

3) ທະນາຄານ ກະສິກອນໄທ

4) ທະນາຄານ ກຸງໄທ

ໄທ ສະແກນ ລາວ ສຳລັບການຮັບການສະແກນຈາກປະເທດໄທ ແມ່ນຈະເປີດໃຫ້ບໍລິການໃນເດືອນ ມິຖຸນາ 2024 ນີ້.

  • ສຳລັບໂຄງການລະຫວ່າງ ລາວ-ຈີນ ລາວ-ຫວຽດນາມ ແມ່ນຢູ່ໃນຂັ້ນຕອນລິເລີ່ມ ແລະ ຈະແຈ້ງໃຫ້ຊາບໃນໄລຍະຕໍ່ໄປ.