ຄວາມເປັນມາ

ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ຫືຼ LAPNet ດຳເນີນທຸລະກິດໃນຮູບແບບ ບໍລິສັດ ຈຳກັດ,  ເຊິ່ງໄດ້ຮັບອະນຸຍາດເປັນຜູ້ຄວບຄຸມລະບົບບັດທະນາຄານຮ່ວມກັນ ຫຼື Lao ATM Pool Switching (LAPS) ໂດຍແມ່ນໂຄງການຊ່ວຍເຫຼືອລະຫວ່າງລັດຖະບານ ສປ ຈີນ ຕໍ່ກັບ ສປປ ລາວ ຕາມສານແລກປ່ຽນວ່າດ້ວຍລັດຖະບານ ສປ ຈີນ ເຫັນດີຊ່ວຍເຫຼືອລັດຖະບານ ສປປ ລາວ ປະຕິບັດ ‘’ໂຄງການລະບົບຊຳລະດ້ວຍບັດອັດຕະໂນມັດຂອງທະນາຄານ’’. ໂຄງການດັ່ງກ່າວໄດ້ສຳເລັດ ແລະ ເປີດນຳໃຊ້ລະບົບຢ່າງເປັນທາງການໃນວັນທີ 01/12/2015 ໂດຍຢູ່ພາຍໃຕ້ການບໍລິຫານຂອງ ທຫລ, ເຊິ່ງຂັ້ນເທິງ  ໄດ້ເຫັນດີມອບໝາຍໃຫ້ກົມເຕັກໂນໂລຊີຂໍ້ມູນຂ່າວສານເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ສ້າງຕັ້ງພະແນກຄຸ້ມຄອງບັດທະນາຄານຂຶ້ນມາເພື່ອຄຸ້ມຄອງ ແລະ ເຮັດວຽກງານດັ່ງກ່າວໂດຍກົງ, ເຊິ່ງທາງຝ່າຍຈີນ ຮັບຜິດ ຊອບໃນການບຳລຸງຮັກສາທາງດ້ານເຕັກນິກຂອງລະບົບໃຫ້ ສປປ ລາວ ລ້າ ເປັນໄລຍະເວລາ 3 ປີ. ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າການນຳໃຊ້ລະບົບດັ່ງກ່າວແມ່ນຍັງບໍ່ເຕັມປະສິດທິພາບເທົ່າທີ່ຄວນ ເນື່ອງຈາກການດຳເນີນງານແມ່ນບໍ່ສອດຄ່ອງກັບພາລະບົດບາດຂອງ ທຫລ ທີ່ເປັນຜູ້ຄຸ້ມຄອງມະຫາພາກດ້ານການເງິນ-ເງິນຕາ, ທັງເປັນອົງກອນທີ່ບໍ່ສະແຫວງຫາຜົນກຳໄລ ຈຶ່ງເຮັດໃຫ້ການຄຸຸ້ມຄອງບໍລິຫານລະບົບດັ່ງ ກ່າວ ຍັງມີລັກສະນະ ‘’ນະໂຍບາຍ’’. ດັ່ງນັ້ນ, ຄະນະພັກ, ຄະນະຜູ້ວ່າການ ທຫລ ຈຶ່ງມີມະຕິຕົກລົງເຫັນດີໃຫ້ຫັນເອົາວຽກງານ LAPS ເປັນນິຕິບຸກຄົນຕາມມະຕິກອງປະຊຸມຄະນະປະຈຳພັກ-ຄະນະຜູ້ວ່າການ ທຫລ ປະຈຳເດືອນ ກຸມພາ 2016. ສະນັ້ນ,  ພາຍຫຼັງສິ້ນສຸດໄລຍະການບຳລຸງຮັກສາທາງດ້ານເຕັກນິກລ້າຈາກຝ່າຍຈີນໃນວັນທີ 01/12/2018, ສປປ ລາວ ຕ້ອງໄດ້ສືບຕໍ່ໃນການບໍາລຸງຮັກສາລະບົບເອງ. ໂດຍ ທຫລ ໄດ້ໂອນພາລະບົດບາດການດຳເນີນງານໃຫ້ບໍລິສັດ LAPNet ທີ່ຈະສ້າງຂຶ້ນ ເປັນຜູ້ສືບຕໍ່ດຳເນີນທຸລະກິດໃນການໃຫ້ບໍລິການລະບົບ LAPS ໃຫ້ມີປະສິດທິຜົນສູງສຸດ ແລະ ພັດທະນາໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເພາະວ່າລະບົບຊຳລະທາງການເງິນແມ່ນຍິ່ງມີຄວາມສຳຄັນເປັນອັນດັບຕົ້ນໆຂອງຂະແໜງເສດຖະຖິດ-ການເງິນ ທີ່ຄວນໄດ້ຮັບການພັດທະນາໃຫ້ມີຄວາມ ເໝາະສົມ-ສອດຄ່ອງກັບຄວາມຕ້ອງການຂອງໜ່ວຍງານເສດຖະກິດ ທັງພາກລັດ ແລະ ເອກະຊົນ.  ບໍລິສັດລາວ ຈະເປັນສ່ວນໜຶ່ງໃນການປະກອບສ່ວນຊຸກຍູ້ເສດຖະກິດ ແລະ ໃຫ້ການສະໜັບສະໜູນບັນທະນາຄານທຸລະກິດໃຫ້ສາມາດເຊື່ອມໂຍງ  ກັນໃຫ້ໄດ້ຫລາຍຊ່ອງທາງຂຶ້ນກວ່າເກົ່າ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ຊົມໃຊ້ໄດ້ສາມາດດຳເນີນທຸລະກຳທາງດ້ານການເງິນໄດ້ “ ທຸກທີ່, ທຸກເວລາ, ທຸກຊ່ອງທາງການຊຳລະ” .
ໃນປະຈຸບັນ ມີໂຄງສ້າງຜູ້ຖືຮຸ້ນຂອງບໍລິສັດມີດັ່ງລຸ່ມນີ້:

•    ທະນາຄານແຫ່ງ ສປປ ລາວ ຖືຮຸ້ນຈຳນວນ: 25%;
•    ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຖືຮຸ້ນຈຳນວນ: 20%;
•    ບໍລິສັດ ຢູນຽນເພສາກົນ ຖືຮຸ້ນຈຳນວນ: 15%;
•    ທະນາຄານພັດທະນາລາວ ຖືຮຸ້ນຈຳນວນ: 10%;
•    ທະນາຄານສົ່ງເສີມກະສິກຳ ຖືຮຸ້ນຈຳນວນ: 10%;
•    ທະນາຄານຮ່ວມທຸລະກິດລາວຫວຽດ ຖືຮຸ້ນຈຳນວນ: 5%;
•    ທະນາຄານຮ່ວມພັດທະນາ ຖືຮຸ້ນຈຳນວນ: 5%
•    ທະນາຄານເອສທີຈຳກັດ ຖືຮຸ້ນຈຳນວນ: 5%;
•    ທະນາຄານບີໄອຊີຈຳກັດ ຖືຮຸ້ນຈຳນວນ: 5%;