ໂອນເງິນຂ້າມທະນາຄານເທິງມືຖື

ຄຸນລັກສະນະ
ການໂອນເງິນຂ້າມທະນາຄານເທິງມືຖື (Fund Transfer via Mobile Application) ໂດຍນຳໃຊ້ລະບົບ LAPSໃນການເຊື່ອມໂຍງຜ່ານ Applications ຂອງແຕ່ລະທະນາຄານທີ່ເປັນສະມາຊິກຂອງບໍລິສັດລາວ ເນເຊີນນໍເພເມັ້ນ ເນັດເວີກ ໃຫ້ສາມາດໃຊ້ຟັງຊັ່ນການດຳເນີນທຸລະກຳໂອນເງິນຂ້າມທະນາຄານໄດ້.
ຜົນປະໂຫຍດທີ່ໄດ້ຮັບ
ດ້ານທະນາຄານສະມາຊິກ
ຊ່ວຍຫຼຸດຜ່ອນຕົ້ນທຶນທາງດ້ານບຸກຄະລາກອນທີ່ໃຫ້ບໍລິການໂອນເງິນຂ້າມທະນາຄານຜ່ານໜ່ວຍງານບໍລິການ ຫຼື ຕູ້ ATM ຂອງແຕ່ລະທະນາຄານທຸລະກິດທີ່ເປັນສະມາຊິກຂອງບໍລິສັດ LAPNet ນັ້ນ, ໃຫ້ລູກຄ້າຫັນມານຳໃຊ້ ການໂອນເງິນຂ້າມທະນາຄານເທິງມືຖື ໃນການດຳເນີນທຸລະກຳ.
ດ້ານລູກຄ້າຂອງທະນາຄານ
ຜະລິດຕະພັນ ການໂອນເງິນຂ້າມທະນາຄານເທິງມືຖືນີ້ ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ມວນຊົນໃນການດຳເນີນທຸລະກຳທາງການເງິນຢູ່ເທິງມືຖືໄດ້ງ່າຍ ແລະ ວ່ອງໄວຂື້ນ ໂດຍນຳໃຊ້ Applications ຂອງແຕ່ລະທະນາຄານທຸລະກິດທີ່ເປັນສະມາຊິກຂອງບໍລິສັດ LAPNet, ຕາມຄຳຂວັນທີ່ກ່າວໄວ້ວ່າ: “ ທຸກທີ່ ທຸກເວລາ ທຸກຊ່ອງທາງການຊຳລະ”
ເງື່ອນໄຂການໃຊ້ບໍລິການ
ລຸກຄ້າສາມາດນຳໃຊ້ເລກບັນຊີທະນາຄານ ດຳເນີນທຸລະກຳເທິງມືຖື ໂດຍຜ່ານ Applications ຂອງແຕ່ລະທະນາຄານທຸລະກິດທີ່ເປັນສະມາຊິກຂອງບໍລິສັດ LAPNet ໄດ້ຟຣີໃນໄລຍະທີ່ເປີດຕົວຜະລິດຕະພັນການໂອນເງິນຂ້າມທະນາຄານເທິງມືຖືໃໝ່ ດັ່ງເນື້ອໃນລຸ່ມນີ້:
- ການໂອນເງິນເທີງມືຖືໂດຍນຳໃຊ້ຮູບແບບການໂອນ ບັນຊີຫາບັນຊີ ຫຼື ເອີ້ນວ່າ Account Fund Transfer ແມ່ນແລ້ວ 7 ທະນາຄານ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານຮ່ວມທຸລະກິດລາວ - ຫວຽດ, ທະນາຄານຮ່ວມພັດທະນາ, ທະນາຄານ ບີໄອຊີລາວ ຈຳກັດ, ທະນາຄານ ພັດທະນາລາວ, ທະນາຄານ ອິນໂດຈີນ ຈຳກັດ ແລະ ທະນາຄານ ມາຣູຮານເຈແປນລາວ.
ທະນາຄານທີ່ເປັນສະມາຊິກຂອງການບໍລິການ ໂອນເງີນຂ້າມທະນາຄານເທິງມືຖື
ໂລໂກ້ | ຊື່ທະນາຄານ |
![]() |
ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ BCEL Email :bcelhqv@bcel.com.la Tel : (+856-21)213200 Hotline : 1555 http://www.bcel.com.la |
![]() |
ທະນາຄານ ຮ່ວມທຸລະກິດລາວຫວຽດ LVB Email :info@laovietbank.com.la Tel : (+856-21)251418 Hotline : 1440 https://www.laovietbank.com.la |
![]() |
ທະນາຄານ ຮ່ວມພັດທະນາ JDB Email :mrkjdb@gmail.com Tel : (+856-21) 213531-6 Hotline : 1499 http://www.jdbbank.com.la |
![]() |
ທະນາຄານ ບີໄອຊີ ລາວ ຈໍາກັດ BIC Email :enquiry@biclaos.com Tel : (+85621) 250 388 , (+85621) 250 420 , https://www.biclaos.com |
![]() |
ທະນາຄານ ພັດທະນາລາວ LDB Email :ldblaoho@ldblao.la Tel : (+856-21) 213300 - 03 https://www.ldblao.la |
![]() |
ທະນາຄານ ອິນໂດຈີນ ຈຳກັດ IDB Email :info@indochina.com.la Tel : (+85621) 455 000 , https://www.indochinabank.com |
![]() |
ທະນາຄານ ມາຣູຮານເຈແປນລາວ MJB Email :info@maruhanjapanbanklao.com Tel : (+85621) 266 000, https://www.maruhanjapanbanklao.com |