ວິໄສທັດ ແລະ ພາລະກິດ

ວິໄສທັດ

ພັດທະນາລະບົບການຊໍາລະທຸລະກຳຍ່ອຍໃຫ້ເປັນສູນກາງການຊໍາລະຂອງບັນດາຜູ້ໃຫ້ບໍລິການຊໍາລະ ທັງພາຍໃນ ແລະ ສາກົນ, ແນໃສ່ໃຫ້ປະຊາຊົນລາງໄດ້ໃຊ້ບໍລິການຊໍາລະທີ່ສະດວກວ່ອງໄວ, ທັນສະໄໝ, ປອດໄພ, ຕົ້ນທືນຕໍາ ແລະ ເພື່ອໃຫ້ບໍລິສັດການເປັນໂຄງຮ່າງພື້ນຖານໃຫ້ແກ່ການຊໍາລະໃນ ສປປ ລາວ.


ພາລະກິດ

           ພັດທະນາລະບົບການຊໍາລະໃຫ້ມີຄວາມຫຼາກຫຼາຍ, ທັນສະໄໝ, ຕອບຮັບໄດ້ທຸກຊ່ອງທາງການຊໍາລະທີ່ເກີດຂື້ນ, ເຕົ້າໂຮມເອົາບັນດາທະນາຄານທຸລະກິດ, ສະຖາບັນການເງິນ ແລະ ບໍລິສັດ Fintech ທີ່ເປັນຜູ້ໃຫ້ບໍລິການຊໍາລະ ໃຫ້ເຂົ້າມາເປັນສະມາຊີກຂອງບໍລິສັດ ເພື່ອພ້ອມກັນໃຫ້ບໍລິການລະບົບການຊໍາລະແກ່ສັງຄົມ, ຫັນເອົາການເຊື່ອມຕໍ່ສາກົນທີ່ມີລັກສະນະກະແຈກກະຈາຍລວມສູນເຂົ້າມາເຊື່ອມຕໍ່ເປັນຮູບແບບລະບົບປະຕູດຽວເພື່ອຫຼຸດຜ່ອນຕົ້ນທືນລວມຂອງທົ່ວລະບົບ, ເສີມຂະຫຍາຍຄວາມຮູ້-ເຂົ້າໃຈໃຫ້ແກ່ມວນຊົນໄດ້ຮັບຮູ້ເຖິງຄວາມສຳຄັນ ແລະ ປະໂຫຍກຂອງການນຳໃຊ້ລະບົບການຊໍາລະເອເລັກໂຕຣນິກຢ່າງຖ່ອງແທ້ ເພື່ອເຮັດໃຫ້ມວນຊົນໄດ້ນຳໃຊ້ລະບົບການຊໍາລະຢ່າງຖືກຕ້ອງ ແລະ ປອດໄພ ເປັນການເສີມສ້າງຄວາມໝັ້ນໃຈໃຫ້ແກ່ມວນຊົນ.