ພິທີເປີດໂຕການນຳໃຊ້ລະບົບຊຳລະຂ້າມແດນໃນຮູບແບບ QR Code ລະຫວ່າງ ລາວ - ໄທ

ໂພສເມື່ອ 3 weeks ago


        ໃນວັນທີ 03 ເມສາ 2024 ໄດ້ມີພິທີເປີດໂຕການນຳໃຊ້ລະບົບຊຳລະຂ້າມແດນໃນຮູບແບບ QR Code ລະຫວ່າງ ລາວ - ໄທ ຂຶ້ນຢ່າງເປັນທາງການ ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ໂດຍໂຄງການດັ່ງກ່າວເປັນການຮ່ວມມືກັນລະຫວ່າງ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ແລະ ບໍລິສັດ National ITMX ຈຳກັດ (NITMX). 

       ໃນພີທີເປີດໂຕດັ່ງກ່າວຕາງໜ້າເຂົ້າຮ່ວມຈາກບໍລິສັດ LAPNet ໂດຍ ທ່ານ ນາງ ນີວະສອນ ມາລາທິບ ຮອງຜູ້ອຳນວຍການຂອງບໍລິສັດ ແລະ ໃຫ້ກຽດເປັນສັກຂີພະຍານໂດຍຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳຂອງ ທະນາຄານແຫ່ງ ສປປ ລາວ ແລະ ຄະນະນຳຈາກທາງ ທະນາຄານ ແຫ່ງປະເທດໄທ.