ພິທີ ເຊັນສັນຍາວ່າດ້ວຍການຮ່ວມມືທາງດ້ານການເຊື່ອມຕໍ່ລະບົບຊຳລະຂ້າມແດນ QR Code ລະຫວ່າງ ສປປ ລາວ ແລະ ປະເທດໄທ ໂດຍການຮ່ວມມືກັນລະຫວ່າງ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ແລະ ບໍລິສັດ National ITMX (ITMX)

ໂພສເມື່ອ 1 month ago


      ໃນຕອນເຊົ້າຂອງວັນທີ 14 ມີນາ 2024 ຜ່ານມາ ທີ່ສຳນັກງານ ຂອງບໍລິສັດ National ITMX ແຂວງ ນົນທະບູລີ ປະເທດໄທ ໄດ້ມີການຈັດພິທີລົງນາມ ເຊັນສັນຍາ ວ່າດ້ວຍການຮ່ວມມືທາງດ້ານການເຊື່ອມຕໍ່ລະບົບຊຳລະຂ້າມແດນ QR Code ລະຫວ່າງ ສປປ ລາວ ແລະ ປະເທດໄທ ລົງນາມໂດຍ ທ່ານ ສີສະໝອນ ສຣິດທິຣາດ ຜູ້ອຳນວຍການ ບໍລິສັດ LAPNet ແລະ ທ່ານ ນາງ ວັນນາ ນົບອາພອນ ຜູ້ອຳນວຍການ ບໍລິສັດ National ITMX ແລະ ໃຫ້ກຽດເປັນສັກຂີພະຍານໃນພິທີເຊັນສັນຍາດັ່ງກ່າວໂດຍ ທ່ານ ສີສະອາດ ນຶມອາສາ ໃນນາມສະມາຊິກ ສະພາບໍລິຫານ ແລັບເນັດ, ທ່ານ ກົງສັກ ສຸພອນສີ ໃນນາມຕາງໜ້າສະພາບໍລິຫານ ທັງເປັນຕາງໜ້າຜູ້ຖືຮຸ້ນ ຂອງບໍລິສັດ LAPNet; ທ່ານ ກອບສັກ ດວງດີ ປະທານສະພາບໍລິຫານບໍລິສັດ National ITMX, ຕາງຫນ້າທະນາຄານຜູ້ໃຫ້ບໍລິການ (Service Bank)  ພ້ອມດ້ວຍຄະນະເຂົ້າຮ່ວມໃນພິທີ.